ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ວິທີປະຖົມພະຍາບານ ເບື້ອງຕົ້ນ ເມື່ອແມງໄມ້ມີພິດຕອດ
– ອະນາໄມບໍລິເວນທີ່ຖືກຕອດດ້ວຍນ້ໍາສະອາດ ຖ້າມີເຫລັກໃນ ໃຫ້ດຶງອອກທັນທີ ເພື່ອຫລຸດປະລິມານພິດທີ່ຈະເຂົ້າໄປໃນຮ່າງກາຍ.
– ໃຊ້ເລັບມື ຫລື ປົດແຂງ ຄ່ອຍໆຂູດເອົາຫລັກໃນອອກມາ ຫລີກລ້ຽງ ການໃຊ້ແຫນບດຶງ ເນື່ອງຈາກມັນອາດຈະເຮັດໃຫ້ຜິດຫງອອກມາຫລາຍຂຶ້ນ.
– ປະຄົບເຢັນເທື່ອລະ 10 ນາທີ ເພື່ອບັນເທົາອາການປວດບວມ. ສາມາດກິນ, ທາຢາ ຕ້ານສານຮິສຕາມີນ ແລະ ຢາທາປະເພດສະເຕີຣອຍ ເພື່ອບັນເທົາອາການຄັນ ປວດແສບຮ້ອນ.
– ຖ້າມີອາການຮຸນແຮງເຊັ່ນ ຜິວຫນັງບໍລິເວນນັ້ນມີຮອຍແດງ, ບວມ ຫລື ມີອາການປວດເພີ່ມຂຶ້ນ, ມີນໍ້າເຫລືອງບໍລິເວນທີ່ເປັນບາດ ຄວນໄປພົບແພດໂດຍໄວ
– ບາງກໍລະນີທີ່ມີອາການແພ້ຮຸນແຮງຈະມີອາການ ເຊັນ ຫນ້າບວມ, ຫາຍໃຈຕິດຂັດ, ແຫນ້ນເອິກ, ວິນຫົວ, ປວດຮາກ ຈົນເຖິງຂັ້ນຊ໋ອກບໍ່ມີສະຕິ.
– ສໍາລັບຜູ້ໃດຫາກຕ້ອງສໍາຜັດກັບແມງໄມ້ຢູ່ເລື້ອຍໆ ແລ້ວມີອາການແພ້ ຄວນມີຢາ Epinephrine ໄວ້ຕິດຕົວ ເພື່ອໃຊ້ໃນກໍລະນີ ສຸກເສີນ.
