ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ຖືກຈຳຄຸກ 1 ປີ ຍ້ອນໂທລະສັບຂົ່ມຂູ່ແຟນເກົ່າ 1.023 ເທື່ອພາຍໃນ 24 ຊົ່ວໂມງ
ສຳນັກຂ່າວ Yonhap ສ ເກົາຫລີ ລາຍງານຂ່າວ
ວັນທີ 11 ກໍລະກົດ 2022 ຜ່ານມາວ່າ: ຊາຍ ສ
ເກົາຫລີ ອາຍຸ 38 ປີ ຖືກສານຕັດສິນຈໍາຄຸກ 1 ປີ

ຍ້ອນໂທຄຸກຄາມແຟນເກົ່າເຖິງ 1.023 ເທື່ອ
ພາຍໃນ 24 ຊົ່ວໂມງ.

ໂຄສົກສານ ເປີດເຜີຍວ່າ: ກ່ອນໜ້ານັ້ນ, ຈໍາເລີຍໄດ້ສົ່ງຂໍ້ຄວາມໄປຂົ່ມຂູ່ແຟນເກົ່າຫຼາຍເທື່ອ. ໃນການພິຈາລະນາ, ສານໄດ້ຕັດສິນຫ້າມບໍ່ໃຫ້ລາວພົວພັນກັບແຟນເກົ່າອີກ ທັງໃຫ້ໄປປົວໂຣກຈິດເປັນເວລາ 40 ຊົ່ວໂມງ.

ລາວຖືກສານຕັດສິນຈໍາຄຸກ 1 ປີ ເນື່ອງຈາກບໍ່ຍອມຢຸດພຶດຕິກຳຂົ່ມຂູ່ແຟນເກົ່າ ຊຶ່ງສານໄດ້ວາງມາດຕະການຊົ່ວຄາວຕໍ່ຜູ້ກ່ຽວໄປກ່ອນໜ້ານີ້ແລ້ວ.

ກົດໝາຍວ່າດ້ວຍ ການຕິດຕາມຂອງ ສເກົາຫລີ ລະບຸວ່າ: ຖ້າຄຸກຄາມຄົນອື່ນ ອາດຈະຖືກຕັດສິນຈໍາຄຸກເຖິງ 3 ປີ ຫລື ຖືກປັບໃໝເຖິງ30 ລ້ານວອນ ແລະ ມີຜົນສັກສິດນຳໃຊ້ໄດ້ນັບແຕ່ຕົ້ນປີນີ້ເປັນຕົ້ນມາ.
ທີ່ມາ: ໜັງສືພິມລາວພັດທະນາ