ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ກອງປະຊຸມທົບທວນຄືນວຽກງານສຸຂະພາບຈະເລີນພັນວາງແຜນຄອບຄົວ ແລະ ອຸປະກອນ-ຢາຄຸມກຳເນີດ ປະຈຳປີ 2021 ແລະ ເພື່ອສ້າງຄວາມເຂັມແຂງໃນການປະສານງານພາລາທິການອຸປະກອນ-ຢາຄຸມກຳເນີດໃຫ້ພະນັກງານ ແລະ ເພື່ອຕິດຕາມເປົ້າໜາຍຕົວຊີ້ບອກອັດຕາປົກຄຸມການວາງແຜນຄອບຄົວໃນແຕ່ລະແຂວງ ແລະ ທົ່ວປະເທດ.

ກອງປະຊຸມຈະໄດ້ຮັບຟັງການລາຍງານຈາກກົມ, ສູນ, ໂຄງການ UNFPA ກ່ຽວກັບຫລາຍບັນຫາຄື: ສະພາບລວມວຽກງານການວາງແຜນຄອບຄົວ ແລະ ການຈັດຕັ້ງປະຕິບັດປະຈຳປີ, ການຈັດຕັ້ງປະຕັ້ງປະຕິບັດຝຶກອົບຮົມຂອງການບໍລິການວາງແຜນຄອບຄົວ, ການຈັດຕັ້ງປະຕິບັດການບໍລິການທີ່ເປັນມິດໃຫ້ໄວໜຸ່ມ, ການບັນທຶກລາຍງານ DHIS2 ຂອງການວາງແຜນຄອບຄົວ, ການແຈກຢາຍຢາ, ການລວມສູນການສະໜອງແບບຕ່ອງໂສ້, ບັນທຶກລາຍງານໃນລະບົບ msupply ຂອງຢາຄຸມກຳເນີດ ແລະ ໄດ້ສົນທະນາແລກປ່ຽນ ວາງແຜນຂໍ້ຄົງຄ້າງວິທີແກ້ໄຂໃນຕໍ່ໜ້າ.

ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ດຣ. ບົວແກ້ວ ສຸວັນທອງ, ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ດຣ ວຽງຂັນ ພິໄຊ, ຮອງຫົວໜ້າສູນສຸຂະພາບແມ່ ແລະ ເດັກ ແລະ ທ່ານນາງ ສາລີ ສະກຸນຄູ, ຜູ້ປະສານວຽກງານສຸຂະພາບຈະເລີນພັນ ຕາງໜ້າຈາກອົງການ UNFPA ແລະ ມີຜູ້ເຂົ້າຮ່ວມແມ່ນກົມ, ສູນ, ກະຊວງສຶກສາ, ສູນໄວໜຸ່ມ, ໂຄງການ UNFPA ແລະ ຄະນະພະແນກ, ແມ່ ແລະ ເດັກຈາກ 17 ແຂວງເຂົ້າຮ່ວມ.

ວັນທີ 20-21 ມິຖຸນາ 2022 ທີ່ ໂຮງແຮມແລນມາກ

ທີ່ມາ:
ສູນຂ່າວສານການແພດສຸຂະສືກສາ