ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ກະຊວງການເງິນ ປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາ ແລະ ກໍາມະການພັກ
ການເງິນ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງຮອງເລຂາ, ກໍາມະການພັກ, ປະທານ, ຮອງປະທານກວດກາຂອງໜ່ວຍພັກກົມກວດກາ ກະຊວງການເງິນ ຂຶ້ນເມື່ອບໍ່ດົມານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ຄະນະປະຈໍາພັກ ປະທານກວດກາ ຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ, ມີສະຫາຍ ອຸບັນ ສຸພິດາ ເລຂາໜ່ວຍພັກກົມກວດກາ ຜູ້ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍສະມາຊິກພັກ ກົມກວດກາເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ອຸບັນ ສຸພິດາ ໄດ້ລາຍງານໂດຍລວມກ່ຽວກັບການຊີ້ນໍາ-ນໍາພາວຽກພັກ-ພະນັກງານໃນໄລຍະຜ່ານມາເປັນຕົ້ນ: ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍ່ສ້າງ ແລະ ຂະຫຍາຍພັກ, ວຽກງານປ້ອງກັນພັກ-ພະນັກງານ ໂດຍການຕິດຕາມການເຄື່ອນໄຫວກວດກາ ຂອງພະນັກງານສະມາຊິກພັກທີ່ຂຶ້ນກັບໜ່ວຍພັກກົມກວດກາ, ພ້ອມນັ້ນ ກໍຍັງໄດ້ໃຫ້ຮູ້ຜົນສໍາເລັດໃນການການຊີ້ນໍາວຽກງານວິຊາສະເພາະເຊັ່ນ: ວຽກງານກວດກາພັກ ແລະ ບໍລິຫານສັງລວມ, ວຽກງານກວດກາລັດ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ວຽກງານແກ້ໄຂຜົນການກວດກາ, ທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານໄລຍະຜ່ານມາ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າເພື່ອຮັບປະກັນໄດ້ການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ. ພ້ອມນັ້ນ, ກໍໄດ້ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາ, ກໍາມະການພັກ, ປະທານກວດກາ, ຮອງປະທານກວດກາຂອງໜ່ວຍພັກກົມກວດກາ ສະບັບເລກທີ 079/ຄປຈ,ກງ ລົງວັນທີ 23 ພຶດສະພາ 2022 ຊຶ່ງໄດ້ຕົກລົງເຫັນດີ ບົ່ງຕົວແຕ່ງຕັ້ງ ສະຫາຍ ວິລະໄພ ອຸບົນປະເສີດ ເປັນຮອງເລຂາໜ່ວຍພັກ ແລະ ປະທານກວດກາພັກ, ສະຫາຍ ຂັນຄໍາ ໄຊຍະວົງ ເປັນກໍາມະການໜ່ວຍພັກ ແລະ ສະຫາຍ ປະຫວັດ ພິລາວົງ ເປັນຮອງປະທານກວດກາພັກ ເພື່ອສືບຕໍ່ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກກົມກວດກາ ໃຫ້ມີລັກສະນະຕໍ່ເນື່ອງ ແລະ ມີປະສິດທິຜົນໃນການປະຕິບັດວຽກງານໃນຕໍ່ໜ້າ.
ໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ-ສະມາຊິກພັກກົມກວດກາເພື່ອເປັນທິດຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍນໍາບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງປະກອບເຂົ້າໃນກົງຈັກການຈັດຕັ້ງຂອງໜ່ວຍພັກໃນຄັ້ງນີ້, ເພື່ອສືບຕໍ່ຮ່ວມກັບສະຫາຍເລຂາໜ່ວຍພັກ ແລະ ສະມາຊິກພັກ, ສືບຕໍ່ຜັນຂະຫຍາຍແນວທາງຂອງພັກ, ປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ຂອງພັກ ແລະ ຮຽກຮ້ອງໃຫ້ບັນດາຄະນະໜ່ວຍພັກກົມ, ຈົ່ງເຊີດຊູຄວາມເປັນແບບຢ່າງນໍາພາສ້າງຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ຊີ້ນຳ-ນຳພາໜ້າທີ່ການເມືອງໃຫ້ສຳເລັດຕາມຄາດໝາຍ.
(ຂ່າວ: ກະຊວງການເງິນ)