“ສປປ ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ”.

ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%


“ສປປ ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ”. 👏

ໃນວັນທີ 10 ມິຖຸນາ 2022, ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ໄດ້ດຳເນີນການເລືອກຕັ້ງສະມາຊິກໃໝ່ຂອງ ສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025. ສປປ ລາວ ໄດ້ຮັບກຽດເປັນໜຶ່ງໃນ 4 ປະເທດ ທີ່ໄດ້ຖືກເລືອກຕັ້ງ ເຊິ່ງລວມທັງ ກາຕ້າ, ສ. ເກົາຫລີ ແລະ ສປ ຈີນ ໂດຍເປັນຕົວແທນຈາກກຸ່ມພາກພື້ນ ອາຊີ-ປາຊິຟິກ. ການໄດ້ຮັບເລືອກຕັ້ງໃນຄັ້ງນີ້ ເປັນຄັ້ງທຳອິດໃນປະຫວັດສາດ ທີ່ ສປປ ລາວ ມີທີ່ນັ່ງເປັນສະມາຊິກສົມບູນ ໃນສະພາເສດຖະກິດ-ສັງຄົມ ສປຊ.

ສະພາເສດຖະກິດ-ສັງຄົມ ເປັນໃຈກາງຂອງລະບົບ ສປຊ ໃນການຈັດຕັ້ງປະຕິບັດ 3 ເສົາຄ້ຳຂອງການພັດທະນາແບບຍືນຍົງ -ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ເປັນກົນໄກໃນການສົ່ງເສີມການປຶກສາຫາລື ແລະ ແນວຄິດນະວັດນະກຳ, ສ້າງຄວາມເປັນເອກະພາບຕໍ່ແນວທາງໃນຕໍ່ໜ້າ ແລະ ຄວາມພະຍາຍາມເພື່ອບັນລຸເປົ້າໝາຍການພັດທະນາຂອງສາກົນ; ມີບົດບາດຮັບຜິດຊອບຕິດຕາມຜົນຂອງເວທີປຶກສາຫາລືທີ່ກ່ຽວຂ້ອງ ແລະ ກອງປະຊຸມສຸດຍອດຕ່າງໆ ຂອງ ສປຊ. ສະພາເສດຖະກິດ-ສັງຄົມ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ ກົດບັດ ສປຊ ໃນປີ 1945 ໂດຍຖືເປັນໜຶ່ງໃນອົງກອນຫຼັກຂອງອົງການ ສປຊ.

ສະພາເສດຖະກິດ-ສັງຄົມ ປະກອບດ້ວຍສະມາຊິກຈຳນວນ 54 ປະເທດ ທີ່ໄດ້ຮັບການເລືອກຕັ້ງໂດຍ ສະມັດຊາໃຫຍ່ ເຊິ່ງມີວາລະ 3 ປີ. ສະມາຊິກຂອງສະພາດັ່ງກ່າວ ແມ່ນຈັດແບ່ງອີງຕາມແຕ່ລະພາກພື້ນຄື: 14 ປະເທດ ສຳລັບ ພາກພື້ນ ອາຟຣິກາ, 11 ປະເທດ ສຳລັບພາກພື້ນ ອາຊີ-ປາຊິຟິກ, 6 ປະເທດ ສຳລັບພາກພື້ນ ເອີຣົບຕາເວັນອອກ, 10 ປະເທດ ສຳລັບພາກພື້ນ ອາເມຣິກາລາຕິນ ແລະ ກາຣິບຽນ ແລະ 13 ປະເທດ ສຳລັບພາກພື້ນ ເອີຣົບຕາເວັນຕົກ ແລະ ອື່ນໆ.

ສະພາເສດຖະກິດ-ສັງຄົມ ຍັງມີບົດບາດເຊື່ອມໂຍງບັນດາໜ່ວຍງານ ແລະ ອົງການເຄືອຂ່າຍ ສປຊ ທັງໝົດ ທີ່ຮັບຜິດຊອບວຽກງານການພັດທະນາແບບຍືນຍົງ ໂດຍມີຫນ້າທີ່ໃນການກຳນົດຂໍ້ແນະນຳ ແລະ ການປະສານງານ. ໜ້າທີ່ຕົ້ນຕໍ້ຂອງສະພາດັ່ງກ່າວ ແມ່ນການປະສານວຽກງານດ້ານເສດຖະກິດ, ສັງຄົມ ແລະ ການພັດທະນາ ທີ່ກ່ຽວຂ້ອງກັບວຽກງານຂອງບັນດາ 15 ອົງການເຄືອຂ່າຍ, 8 ກຳມາທິການສະເພາະ ແລະ 5 ກຳມາທິການປະຈຳພາກພື້ນ ຂອງ ສປຊ; ເປັນເວທີໃຈກາງໃນການປຶກສາຫາລືກ່ຽວກັບ ບັນຫາເສດຖະກິດ, ສັງຄົມ ແລະ ການພັດທະນາຂອງສາກົນ, ເປັນກົນໄກກຳນົດຂໍ້ແນະນຳ ແລະ ວາງແນວທາງນະໂຍບາຍ ສຳລັບປະເທດສະມາຊິກ ແລະ ລະບົບ ສປຊ ໂດຍລວມ ເພື່ອແກ້ໄຂບັນດາສິ່ງທ້າທາຍທາງດ້ານການພັດທະນາ. ອີງຕາມບົດບາດໃນການປະສານງານ ພາຍໃຕ້ລະບົບ ສປຊ, ສະພາເສດຖະກິດ-ສັງຄົມ ຖືເປັນຊ່ອງທາງໃນການຮ່ວມມື ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ລວມທັງເປັນກົນໄກພິເສດສຳລັບການປຶກສາຫາລືຢ່າງມີປະສິດທິຜົນ ລະຫວ່າງບັນດາຜູ້ວາງນະໂຍບາຍ, ສະມາຊິກສະພາ, ນັກຄົ້ນຄວ້າ, ມູນນິທິ, ພາກສ່ວນທຸລະກິດ, ຊາວໜູ່ມ ແລະ ຫຼາຍກວ່າ 3,200 ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.

ໂດຍຄຳນຶງເຖິງບັນດາສິ່ງທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການສະເພາະຂອງ ກຸ່ມປະເທດທີ່ອ່ອນໄຫວ ແລະ ເພື່ອຕາງ ໜ້າໃຫ້ກຸ່ມປະເທດນ້ອຍ, ປະເທດບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດດ້ອຍພັດທະນາ, ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ກັບວຽກງານຂອງ ສະພາເສດຖະກິດ-ສັງຄົມ ສປຊ ໂດຍຖືເປັນກົນໄກຫຼັກ ໃນລະບົບການພັດທະນາ ຂອງ ສປຊ, ເປັນໜ່ວຍງານຄົ້ນຄວ້າບັນຫາທີ່ສຳຄັນ, ສ້າງຄວາມເປັນເອກະພາບຕໍ່ແນວທາງຂອງສາກົນ ແລະ ຊຸກຍູ້ໃຫ້ມີຄງາມຄືບໜ້າ ໃນວຽກງານການພັດທະນາແບບຍືນຍົງ ເປັນຕົ້ນ. ບົນຈິດໃຈດັ່ງກ່າວ, ສປປ ລາວ ມີຄວາມໝາຍໝັ້ນ ໃນການສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຂອງສາກົນ ເຊິ່ງລວມເປັນເປົ້າໝາຍການພັດທະນາແບບຍືນຍົງ, ແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ແລະ ແຜນປະຕິບັດງານ ສໍາລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ລວມທັງ ຂອບການຮ່ວມມືດ້ານການພັດທະນາອື່ນໆ ຂອງ ອົງການ ສປຊ.

ສປປ ລາວ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ອີງໃສ່ສະພາບຈຸດພິເສດດ້ານການພັດທະນາສະເພາະຂອງຕົນ ໃນຖານະທີ່ເປັນທັງປະເທດດ້ອຍພັດທະນາ ແລະ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ການເປັນສະມາຊິກຂອງ ສະພາເສດຖະກິດ-ສັງຄົມ ສຳລັບສົກປີ 2023-2025 ຂອງ ສປປ ລາວ ຈະສາມາດສ້າງຄວາມຮັບຮູ້ ແລະ ປະກອບສ່ວນທີ່ມີຄວາມສໍາຄັນເຂົ້າໃນວຽກງານລວມຂອງ ສະພາເສດຖະ ກິດ-ສັງຄົມ ສປຊ ໄປຄຽງຄູ່ກັບຄວາມພະຍາຍາມ ເພື່ອຍົກສູງບົດບາດນຳພາ ແລະ ການກໍານົດນະໂຍບາຍຂອງສະພາດັ່ງກ່າວ ເພື່ອເລັ່ງລັດການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ, ການສ້າງຄວາມເຂັ້ມແຂງ ແລະ ສາມາດເຊື່ອມສານບັນດາແຜນງານ ທີ່ຢູ່ພາຍໃຕ້ລະບົບການພັດທະນາ ແລະ ບັນດາອົງການເຄືອຂ່າຍ ສປຊ ກໍ່ຄືການຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການອັນຈໍາເປັນພິເສດ ຂອງບັນດາປະເທດທີ່ມີຄວາມອ່ອນໄຫວກວ່າຫມູ່ ພາຍໃຕ້ຂອບແຜນງານຕ່າງໆ ຂອງອົງການ ສປຊ. ສປປ ລາວ ຈະເພີ້ມທະວີຄວາມຫ້າວຫັນ ເພື່ອປະກອບສ່ວນໃນການສ້າງຄວາມສາມັກຄີປອງດອງກັບວົງຄະນາຍາດສາກົນ ແລະ ຍົກສູງບົດບາດຂອງຂອບການຮ່ວມມືຫຼາຍຝ່າຍ ໃນທ່າມກາງສະພາບວິກິດການທີ່ພວມເກີດຂຶ້ນ ແລະ ເພື່ອກ້າວໄປສູ່ການແກ້ໄຂບັນດາສິ່ງທ້າທາຍໃນໄລຍະຍາວ ເພື່ອສົ່ງເສີມການພັດທະນາແບບຍືນຍົງ.

ຮູບພາບ/ຂ່າວໂດຍ: ພົງສະຫວັດ ມະຫາທິລາດ, ທະນູເພັດ ໄຊຍະວົງ

Related Posts

Leave a Reply

Your email address will not be published.