ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ຊ່ວງນີ້ບໍ່ມີແຕ່ປະເທດເຮົາທີ່ພົບກັບວິກິດເສດຖະກິດເດີ້ທຸກຄົນ ນ້ຳມັນເປັນກັນທົ່ວໂລກ ສະນັ້ນ ເພື່ອຊ່ວຍແບ່ງເບົາເງິນໃນກະເປົາໂຕເງ ຊ່ວຍຊາດໃນການຈຳກັດອັດຕາເງິນໄຫລອອກນອກປະເທດໃຫ້ພາກັນປະຢັດ.

ການປະຢັດໃນທີ່ນີ້ບໍ່ໄດ້ໝາຍຄວາມວ່າບໍໃຫ້ເຮັດໃຫ້ຫາບໍ່ໃຫ້ໄປ ແຕ່ໝາຍເຖິງສິ່ງໃດສາມາດນຳໃຊ້ໄດ້ ແລະເກີດປະໂຫຍດກໍ່ໝູນໃຊ້ກັນໄປກ່ອນ ຕົວຢ່າງງ່າຍໆເລື່ອງພາຫະນະ ຖ້າມີເງື່ອນໄຂ ເຮືອນຢູ່ບໍ່ໄກຈາກບ່ອນເຮັດວຽກກໍສາມາດຂີ່ລົດຖີບໄປໄດ້.

ການປັ່ນລົດຖີບຊ່ວຍໄດ້ຫຼາຍຢ່າງບໍ່ພຽງເງິນໃນຖົງ ແຕ່ຍັງຊ່ວຍໃຫ້ຜູ້ຂີ່ມີກຳລັງວັງຊາຈາກການໄດ້ອອກກຳລັງກາຍ, ຊ່ວຍຫຼຸດໂລກຮ້ອນຈາກການເຜົາໄໝ້ຂອງນ້ຳມັນ.

ເຮົາມາຊ່ວຍກັນພີ່ນ້ອງ ໃນຍາມວິກິດແບບນີ້ ໃນຖານະປະຊາຊົນລາວຄົນໜຶ່ງ ວິນຢາກສົ່ງເສີມສິນຄ້າ ຜະລິດຕະພັນລາວເຮົາ ໃຫ້ໄດ້ຫລາຍທີ່ສຸດ ເພື່ອເປັນສ່ວນໜຶ່ງໃນການປົກປ້ອງຄຸນຄ່າຂອງເງິນກີບ ແລະ ເຫັນແກ່ຜົນປະໂຫຍດສູງສຸດຂອງຊາດລາວ.

ເບິ່ງບ່າວຫຼໍ່ສາວງາມເຂົາຂີ່ແລ້ວເປັນຕາຢາກຂີ່ນຳແທ້ເນີ້

..

…
